01/09/2026
ຜູ້ບໍລິຫານ ຂອງບໍລິສັດໃນເຄືອ ໄດ້ເຂົ້າຮ່ວມໄວ້ອາໄລຕໍ່ການຈາກໄປ ຂອງ ພະນະທ່ານ ໄຊສົມພອນ ພົມວິຫານ
ໃນວັນທີ 10 ສິງຫາ 2026 ທີ່ ຫໍປະຊຸມແຫ່ງຊາດ, ຄະນະຜູ້ບໍລິຫານ ກຸ່ມບໍລິສັດ ພີທີແອວໂຮນດິ້ງ ຈຳກັດ ນຳໂດຍ ທ່ານ ປອ ຈັນທອນ ສິດທິໄຊ ປະທານ ແລະ ຜູ້ກໍ່ຕັ້ງ ບໍລິສັດ ພີທີແອວໂຮນດິ້ງ ຈຳກັດ, ທ່ານ ນາງ ສະຫວັນທອງ ພົງສະຫວັນ ປະທານຂາຮຸ້ນ ແລະ ຜູ້ກໍ່ຕັ້ງ ບໍລິສັດ ພີທີແອວໂຮນດິ້ງ ຈຳກັດ, ທ່ານ ອາລຸນແກ້ວ ກິດຕິຄຸນ ປະທານຄະນະກຳມະການດ້ານຍຸດທະສາດ ແລະ ການວາງແຜນ ບໍລິສັດ ພີທີແອວ ໂຮນດິ້ງ ຈຳກັດ, ທ່ານ ວຽງຄອນ ສິດທິໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ສິດທິ ໂລຈີສຕິກ ລາວ ຈຳກັດ, ທ່ານ ສີລາ ວຽງແກ້ວ ປະທານສະພາ ບໍລິຫານ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ, ທ່ານ ຄຳສອນ ສິດທິໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ, ຄະນະຜູ້ບໍລິຫານ ທະນາຄານຄຳ ລາວ ຈຳກັດ ພ້ອມດ້ວຍ ຜູ້ບໍລິຫານ ຂອງບໍລິສັດໃນເຄື່ອ ໄດ້ເຂົ້າຮ່ວມໄວ້ອາໄລຕໍ່ການຈາກໄປ ຂອງ ພະນະທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ແລະ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.